ວິກິພີເດຍ:ຂໍ້ປະຕິເສດຄວາມຮັບຜິດຊອບ

ຈາກ ວິກິພີເດຍ
Jump to navigation Jump to search


ວິກິພີເດຍບໍ່ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນ

ວິກິພີເດຍແມ່ນສາລານຸກົມເສລີທາງອິນເຕີເນັດ ຊຶ່ງເປັນຜົນຈາກການອາສາສະໝັກຂອງບຸກຄົນ ທີ່ຢາກພັດທະນາມັນໃຫ້ເປັນ ແຫຼ່ງຄວາມຮູ້ທົ່ວໄປຂອງມະນຸດ. ທຸກໆຄົນສາມາດດັດແກ້ເນື້ອໃນ ຂອງວິກິພີເດຍໄດ້ ສະນັ້ນ ກະລຸນາຮັບຊາບວ່າເນື້ອໃນໃດໆກໍ່ຕາມ ໃນວິກິພີເດຍແຫ່ງນີ້ ອາດຈະບໍ່ໄດ້ຮັບການກວດກາ ໂດຍ ນັກວິຊາການ ຫຼື ບຸກຄົນທີ່ມີຄວາມຮູ້ກ່ຽວກັບເລື່ອງດັ່ງກ່າວ ເພື່ອຮັບປະກັນຄວາມຊັດເຈນ ແລະ ຖືກຕ້ອງທຸກປະການ. ແຕ່ອັນນີ້ ກໍ່ບໍ່ໝາຍຄວາມວ່າ ຜູ້ໃຊ້ຈະບໍ່ສາມາດພົບຫາເນື້ອໃນ ທີ່ມີຄຸນຄ່າ ແລະ ຊັດເຈນ ຢູ່ ວິກິພີເດຍໄດ້.

ຜູ້ຂຽນ ຜູ້ອຸດໜຸນ ຜູ້ອຸບປະຖຳ ຜູ້ບໍລິຫານລະບົບ ຜູ້ຄວບຄຸມລະບົບ ຫຼື ບູກຄົນອື່ນໆ ທີ່ກ່ຽວຂ້ອງກັບວິກິພີເດຍ ບໍ່ວ່າໃນທາງໃດກໍ່ຕາມ ຈະບໍ່ຮັບຜິດຊອບ ຕໍ່ເນື້ອໃນທີ່ບໍ່ຖຶກຕ້ອງ ແລະ ຊັດເຈນໃດໆ ໃນວິກິພີເດຍ ແລະ ຈະບໍ່ຮັບຜິດຊອບຜົນຈາກການທີ່ຜູ້ອ່ານນຳເນື້ອໃນດັ່ງກ່າວ ໄປໃຊ້ໃນທາງໃດໆທັງນັ້ນ.

ວິກິພີເດຍບໍ່ແມ່ນແພດ

ວິກິພີເດຍບໍ່ແມ່ນແພດ

ຂໍ້ມູນທາງການແພດ ໃນ ບົດຄວາມຂອງວິກິພີເດຍ ເປັນພຽງຂໍ້ມູນຊ່ວຍ ສຳຫຼັບການສຶກສາເທົ່ານັ້ນ ແລະ ຈະບໍ່ສາມາດທຽບກັບຄຳແນະນຳຂອງແພດ ພະຍາບານ ຫຼື ຜູ້ຊ່ຽວຊານໄດ້. ດັ່ງນັ້ນກະລຸນາຢ່າອ້າງອີງເນື້ອໃນ ຈາກວິກິພີເດຍ ໃນການປົວພະຍາດ.

ວິກິພີເດຍບໍ່ແມ່ນທະນາຍຄວາມ

ຂໍ້ມູນທາງກົດໝາຍ ໃນ ບົດຄວາມຂອງວິກິພີເດຍ ເປັນພຽງຂໍ້ມູນຊ່ວຍເຫຼືອທາງການສຶກສາເທົ່ານັ້ນ ບໍ່ແມ່ນຂໍ້ມູນທາງກົດໝາຍທີ່ສາມາດໃຊ້ອ້າງອີງໄດ້ໃນສານ ແລະ ວິກິພີເດຍ ກໍ່ບໍ່ແມ່ນ ທະນາຍ ທີ່ຈະໃຫ້ທ່ານເອົາເນື້້ອໃນ ໄປອ້າງອີງ ໃນທາງຕຸລາການໄດ້

ວິກິພີເດຍບໍ່ແມ່ນທະນາຍຄວາມ